ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກຳປູເຈຍ ຈັດ​ງົບປະມານ 1,2 ຕື້​ໂດ​ລາ​ແກ້​ໄຂ​ຄວາມທຸກ​ຍາກ

     ຕາມ​ຂ່າວ​ຈາກ ຊິນ​ຮວາ ຂອງ ​ສປ ຈີນ, ວັນ​ທີ 3 ຕຸລາ ນີ້, ທ່ານ ຮຸນ ມາ​ເນັດ ນາຍົກລັດຖະມົນຕີ ກຳປູເຈຍ ຖະແຫຼງ​ວ່າ: ລັດຖະບານ ກຳ
ປູເຈຍ ໄດ້​ຈັດ​ງົບປະມານ 1,2 ຕື້​ໂດ​ລາ​ສະຫະລັດ ເພື່ອ​ຊ່ວຍເຫລືອ​ກຸ່ມ​ຄົນທຸກ​ຍາກ ແລະ ອ່ອນແອ​ໃນ​ປະເທດ​ນັບ​ຕັ້ງແຕ່​ປີ 2019 ໂດຍ​ສະເພາະ​​ແມ່
ຍິງ​ຖືພາ ແລະ ເດັກ​ອາຍຸ​ຕ່ຳ​ກວ່າ 2 ປີ ຕັ້ງແຕ່​ປີ 2019 ແລະ ມອບ​ເງິນ​ໃຫ້​ກຸ່ມ​ຄົນ​ທຸກ​ຍາກ ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໂຄ​ວິດ-19 ຕັ້ງແຕ່​ປີ 2020.

     ຂະນະ​ດຽວ​ກັນ, ກໍ​ມອບ​ເງິນ​ໃຫ້​ຄອບຄົວ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ແຮງ​ກົດ​ດັນ​ເງິນ​ເຟີ້​ຕັ້ງແຕ່​ປີ 2022. ປັດຈຸບັນ ກຳປູເຈຍ ໄດ້​ຂຶ້ນແຜນເງິນ
​ຊ່ວຍເຫຼືອ​​ເປັນ​ຈຳນວນ 1,2 ຕື້​ໂດ​ລາ​ສະຫະລັດ​ ໃຫ້​ແກ່ປະຊາຊົນ​ປະມານ 4,8 ລ້ານ​ຄົນ ແລະ ໂຄງການ​ເຫລົ່າ​ນີ້​ຈະ​ຍັງ​ຄົງ​ດຳເນີນ​ຕໍ່​ໄປ.

     ໃນ​ໄລຍະ 9 ເດືອນຜ່ານ​ມາ ກຳປູເຈຍ ໄດ້​ຈ່າຍ​ເງິນ​ເກືອບ 400 ລ້ານ​ໂດ​ລາ​ສະຫະລັດ ເພື່ອ​ສະໜັບສະໜູນ​ກຸ່ມ​ຄົນ​ດັ່ງກ່າວ ເພື່ອ​ສູ້​ຊົນ​ໃຫ້​ບັນ
ລຸ​ເປົ້າ​ໝາຍ​ການ​ຫລຸດຜ່ອນ​ຄວາມທຸກ​ຍາກ​ໃນ​ປະເທດ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 05/10/2023